ຊີວິດ
ແລະ
ຄວາມຕາຍ
ຂ່າວປະເສີດແຫ່ງພຣະເຢຊູຄຣິດ
ສຈ.ອາ.ບີ ທິມ, ຈູເນຍ
R.B. THIEME, JR.
R.B. THIEME, JR., BIBLE MINISTRIES
HOUSTON, TEXAS
ໜັງສືເຫຼັ້ມນີ້ຮຽບຮຽງມາຈາກຄໍາບັນລະຍາຍ ແລະ ການບັນທຶກຂອງ ສຈ.ອາ.ບີ ທິມ, ຈູເນຍ
ສະຫງວນລິຂະສິດ 1990 ໂດຍ ອາ.ບີ ທິມ, ຈູເນຍ
ແປ ແລະ ພິມເປັນພາສາໄທຈາກໜັງສື A Matter of Life and Death (the Gospel of Jesus Christ)
ໂດຍໄດ້ຮັບອະນຸຍາດຈາກ R.B.Thieme, Jr., Bible Ministries
P.O. Box 460829, Houston, Texas 77056-8829
ຕິດຕໍ່ພັນທະກິດ (ພາສາອັງກິດເທົ່ານັ້ນ) www.rbthieme.org
ຂໍ້ພຣະຄໍາພີທີ່ນໍາມາໃຊ້ມາຈາກພຣະຄໍາພີຮຽບຮຽງພິມໄໝ່ປີ 1198 (ຄໍາອະທິບາຍເພີ່ມເຕີມຂອງຜູ້ຂຽນຢູ່ໃນວົງເລັບ)
ຊີວິດ ແລະ ຄວາມຕາຍ
ການຖືກກ່າວໂທດ
ລອງຄິດວາດພາບເບິ່ງວ່າ ຖ້າທ່ານກໍາລັງນັ່ງຢູ່ໃນຫ້ອງພິພາກສາ ທ່ານຖືກກ່າວຫາໃນຂໍ້ຫາຄາດຕະກໍາ ເຊິ່ງຈະໄດ້ຮັບໂທດເຖິງຕາຍ. ຫຼັກຖານຖືກນໍາສົ່ງໄປທີ່ມືຂອງຄະນະຜູ້ຕັດສິນຄວາມ ແລະ ທະນາຍຄວາມຂອງທ່ານກໍໄດ້ ເພື່ອແກ້ຄວາມໃຫ້ກັບທ່ານແລ້ວ, ຕອນນີ້ທ່ານກໍາລັງລໍຖ້າຜົນການພິຈາລະນາຂອງຜູ້ຕັດສິນຄວາມ.
ໃນຂະນະທີ່ທຸກຄົນນັ່ງຫງຽບໆຢູ່ ຫົວໜ້າຄະນະຕັດສິນຄວາມຍ່າງອອກມາຂ້າງໜ້າ, ທ່ານຢືນຂຶ້ນ ແລະ ປິ່ນໜ້າໄປຫາຜູ້ພິພາກສາ ທ່ານຮູ້ແກ່ໃຈວ່າ ທ່ານໄດ້ກະທໍາຜິດແທ້ ແລະ ຜູ້ພິພາກສາໄດ້ພິພາກສາວ່າ ທ່ານຈະຕ້ອງຖືກປະຫານຊີວິດໂດຍບໍ່ມີການອຸທອນໃດໆທັງນັ້ນ. ທະນາຍບໍ່ສາມາດຈະປົກປ້ອງທ່ານໄດ້ແລ້ວ ທ່ານຈະຕ້ອງຕາຍສະຖານດຽວເທົ່ານັ້ນ.
ແຕ່ໃນຂະນະທີ່ທ່ານກໍາລັງຖືກນໍາໂຕອອກໄປຈາກຫ້ອງພິພາກສາຄະດີ, ມີຊາຍຄົນໜຶ່ງຍ່າງອອກມາ ທ່ານບໍ່ເຄີຍຮູ້ຈັກຊາຍຄົນນີ້ມາກ່ອນ ລາວບອກທ່ານວ່າ “ຂ້ອຍຈະຮັບໂທດແທນທ່ານ ທ່ານຈະບໍ່ຕ້ອງຕາຍ”.
ຜູ້ພິພາກສາໂນ້ມຕົວອອກມາເພື່ອສອບຖາມຄົນແປກໜ້າຄົນນັ້ນ, ເມື່ອຟັງແລ້ວຜູ້ພິພາກສາຍອມຮັບຄຸນສົມບັດຂອງລາວ, ຍອມໃຫ້ລາວຕາຍແທນທ່ານໄດ້ ກະແຈມືຖືກປົດອອກຈາກມືຂອງທ່ານແລ້ວ. ມັນຖືກສວມໃສ່ໄວ້ທີ່ມືຂອງຊາຍຄົນນັ້ນແທນ, ລາວບໍ່ສົມຄວນຕາຍແຕ່ຍອມຕາຍເພື່ອທ່ານຈະໄດ້ຮັບອິດສະຫຼະ. ເຖິງແມ່ນວ່າທ່ານໄດ້ກະທໍາຜິດ, ທ່ານກໍລອດໄດເພາະມີຄົນອື່ນຮັບໂທດແທນທ່ານ.
ຈາກຄວາມຕາຍສູ່ຊີວິດ
ມະນຸດທຸກຄົນຕ້ອງຖືກພິພາກສາລົງໂທດໂດຍຕາຍຝ່າຍວິນຍານ, ແຕ່ພຣະເຈົ້າຊົງຈັດຕຽມຫົນທາງເພື່ອພວກເຮົາຈະສາມາດຫຼີກລ້ຽງຈາກຄວາມຕາຍນັ້ນໄດ້. ພຣະອົງຊົງມອບອິດສະຫຼະ ແລະ ຊີວິດນິລັນດອນເປັນຂອງປະທານໃຫ້ແກ່ທ່ານ.
ພຣະເຈົ້າພຣະບິດາຊົງປະທານພຣະບຸດຂອງພຣະອົງຄື ພຣະເຢຊູຄຣິດມາຕາຍແທນທ່ານ ເຊິ່ງເຮັດໃຫ້ທ່ານເປັນອິດສະຫຼະ, ພຣະຄໍາພີເປັນພຣະຄໍາຂອງພຣະເຈົ້າໄດ້ຂຽນໄວ້ວ່າ
“ເພາະວ່າ ພຣະເຈົ້າຊົງຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ. ດ້ວຍວ່າ, ພຣະເຈົ້າໄດ້ໃຊ້ພຣະບຸດເຂົ້າມາໃນໂລກ ບໍ່ແມ່ນເພື່ອຕັດສິນລົງໂທດມະນຸດສະໂລກ ແຕ່ເພື່ອມະນຸດສະໂລກຈະໄດ້ພົ້ນດ້ວຍພຣະບຸດນັ້ນ. ຜູ້ທີ່ວາງໃຈເຊື່ອໃນພຣະບຸດ ກໍບໍ່ຖືກຕັດສິນລົງໂທດ, ແຕ່ຜູ້ທີ່ບໍ່ວາງໃຈເຊື່ອ ກໍຖືກຕັດສິນລົງໂທດແລ້ວ ເພາະລາວບໍ່ໄດ້ວາງໃຈເຊື່ອໃນພຣະບຸດອົງດຽວ [ຜູ້ຊົງມາບັງເກີດໃນໂລກນີ້ໂດຍມີລັກສະນະສະເພາະ] ຂອງພຣະເຈົ້າ.” (ໂຢຮັນ 3:16---------18)
ທ່ານໄດ້ກະທໍາຜິດ ແລະ ບໍ່ມີທາງໃດທີ່ຈະເຮັດໃຫ້ທ່ານພົ້ນໂທດເຖິງຕາຍໄດ້, ຄວາມສາມາດ ຫຼື ການກະທໍາໃດໆກໍບໍ່ສາມາດຊ່ວຍໃຫ້ທ່ານລອດພົ້ນໄດ້ ແຕ່ພຣະເຈົ້າຊົງຈັດຕຽມຫົນທາງເພື່ອທ່ານ. ພຣະເຢຊູຄຣິດໄດ້ຕາຍເທິງໄມ້ກາງແຂນຊຶ່ງໄຖ່ຊີວິດຂອງທ່ານ ແລະ ປົດປ່ອຍທ່ານໃຫ້ເປັນອິດສະຫຼະ ທ່ານສາມາດຮັບສິ່ງນີ້ໄດ້ ພຽງແຕ່ທ່ານເຊື່ອເທົ່ານັ້ນ.
“ຈົ່ງເຊື່ອໃນອົງພຣະເຢຊູເຈົ້າ ແລ້ວເຈົ້າ... ...ກໍຈະໄດ້ພົ້ນ.”
(ກິດຈະການ 16:31ກ)
ການເຊື່ອໃນພຣະເຢຊູຄຣິດໝາຍຄວາມວ່າ ທ່ານຍອມຮັບຄວາມຈິງທີ່ວ່າ ພຣະເຢຊູເຈົ້າໄດ້ຕາຍແທນທ່ານ, ໃນເວລາທີ່ທ່ານເຊື່ອເຊັ່ນນີ້ແລ້ວ ທ່ານກໍຖືກວ່າ ເປັນບໍຣິສຸດ ແລະ ໄດ້ພົ້ນຈາກການລົງໂທດ. ພຣະເຈົ້າຊົງມອບຊີວິດນິລັນດອນໃຫ້ແກ່ທ່ານ ແລະ ໄດ້ຊົງຮັບຮອງຄວາມລອດພົ້ນຂອງທ່ານດ້ວຍ ແລະ ທ່ານເຂົ້າມາສູ່ຄວາມສໍາພັນອັນນິລັນດອນກັບພຣະເຈົ້າໃນທັນທີ.
ມະນຸດຖືກແຍກອອກຈາກພຣະເຈົ້າ
ຈົນເຖິງບັດນີ້, ທ່ານອາດຈະບໍ່ຮູ້ວ່າທ່ານຈະຕ້ອງຖືກພິພາກສາລົງໂທດເຖິງຕາຍ ທ່ານອາດຈະຄິດວ່າ ທ່ານເປັນ “ຄົນດີ” ແລະ ພຣະເຈົ້າຈະບໍ່ພິພາກສາລົງໂທດທ່ານ. ແຕ່ທ່ານໄດ້ເຮັດຜິດ ແລະ ພຣະເຈົ້າຊົງພິພາກສາທ່ານ ແລະ ມີພຽງແຕ່ພຣະເຢຊູຄຣິດເທົ່ານັ້ນທີ່ຊ່ວຍທ່ານໄດ້. ພຣະເຢຊູເຈົ້າກ່າວວ່າ
“ເຮົານີ້ແຫຼະ ເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ
ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ ນອກຈາກມາທາງເຮົາ.”
(ໂຢຮັນ 14:6ຂ)
ຕັ້ງແຕ່ເກີດມານັ້ນ ກໍາແພງທໍາມະຊາດບາບໄດ້ກີດຂວາງລະຫວ່າງທ່ານກັບພຣະເຈົ້າ ກໍາແພງນີ້ເຮັດໃຫ້ມະນຸດທຸກຄົນຖືກແຍກອອກຈາກພຣະອົງ. ພຣະເຈົ້າຊົງບໍຣິສຸດ ແລະ ສົມບູນແບບທຸກປະການ. ມາດຕະຖານຂອງພຣະອົງຈຶ່ງບໍຣິສຸດ ແລະ ສົມບູນແບບທຸກປະການເຊັ່ນດຽວກັນ. ພຣະເຈົ້າບໍ່ສາມາດມີຄວາມສໍາພັນກັບທ່ານໄດ້ເພາະວ່າທ່ານບໍ່ບໍຣິສຸດ ແລະ ບໍ່ສົມບູນແບບເໝືອນພຣະອົງ.
“ບໍ່ມີຄົນຊອບທຳຈັກຄົນໜຶ່ງຄົນດຽວ.” (ໂຣມ 3:10)
ພຣະຄໍາຂອງພຣະເຈົ້າໄດ້ບອກພວກເຮົາວ່າ ມະນຸດບໍ່ສົມບູນແບບ, ມະນຸດທຸກຄົນເກີດມາພ້ອມກັບທໍາມະຊາດບາບ, ທໍາມະຊາດບາບລໍ້ລວງໃຫ້ທ່ານເຮັດຜິດຕໍ່ພຣະເຈົ້າ.. ທໍາມະຊາດບາບຖືກສືບທອດມາທາງກໍາມະພັນຕັ້ງແຕ່ມະນຸດຄົນທໍາອິດ. ດັ່ງນັ້ນ ທ່ານບໍ່ສາມາດຫຼຸດພົ້ນຈາກທໍາມະຊາດບາບໂດຍອາໄສຕົວທ່ານເອງ, ບໍ່ມີສິ່ງໃດທີ່ທ່ານຈະເຮັດເພື່ອໃຫ້ທ່ານເປັນທີ່ຍອມຮັບຈາກພຣະອົງ.
“ດ້ວຍເຫດນັ້ນ ຄວາມບາບໄດ້ເຂົ້າມາໃນໂລກ ເພາະດ້ວຍມະນຸດຄົນດຽວ
ແລະຄວາມຕາຍກໍໄດ້ເກີດມາຍ້ອນຄວາມຜິດບາບນັ້ນ. ຢ່າງນັ້ນແຫຼະ ຄວາມຕາຍ
ຈຶ່ງໄດ້ລາມໄປເຖິງມະນຸດທຸກຄົນ ເພາະວ່າທຸກຄົນໄດ້ເຮັດບາບແລ້ວ.” (ໂຣມ 5:12)
“ພວກຂ້ານ້ອຍທຸກຄົນເປັນຄົນບາບໝົດ; ແມ່ນແຕ່ການເຮັດທີ່ດີທີ່ສຸດ
ຂອງພວກຂ້ານ້ອຍກໍຍັງເປິເປື້ອນ.” (ເອຊາຢາ 64:6ກ)
ຖ້າທ່ານຍອມຮັບຄວາມຈິງທ່ານຈະເຫັນວ່າ ທ່ານກະທໍາຜິດບາບ, ແຕ່ສິ່ງທີ່ທ່ານອາດບໍ່ຮູ້ຄື ທໍາມະຊາດບາບເປັນສິ່ງທີ່ລໍ້ລວງໃຫ້ທ່ານເຮັດບາບ ແລະ ເນື່ອງຈາກທໍາມະຊາດບາບນັ້ນ. ທ່ານບໍ່ສາມາດໄປເຖິງມາດຕະຖານຂອງພຣະເຈົ້າໄດ້.
“ດ້ວຍວ່າ, ທຸກຄົນໄດ້ເຮັດຜິດບາບ ແລະ ຂາດຈາກພຣະຣັດສະໝີຂອງພຣະເຈົ້າ.”
(ໂຣມ 3:23)
ບາບຂອງເຮົາເຮັດໃຫ້ເຮົາຖືກແຍກອອກຈາກພຣະເຈົ້າ ບໍ່ມີຜູ້ໃດເປັນຄົນດີໃນສາຍຕາຂອງພຣະເຈົ້າ. ບໍ່ມີໃຜຈັກຄົນທີ່ສາມາດຫຼຸດພົ້ນຈາກຄວາມບາບ ແລະ ມາເຖິງມາດຕະຖານຂອງພຣະເຈົ້າດ້ວຍຄວາມພະຍາຍາມ ແລະ ການກະທໍາຂອງຕົນເອງ. ເຮົາຖືກແຍກອອກຈາກພຣະເຈົ້າເພາະບາບຂອງເຮົາກີດຂວາງບໍ່ໃຫ້ເຮົາມີຄວາມສໍາພັນກັບພຣະອົງຜູ້ຊົງບໍຣິສຸດ.
ການຖືກກັກຂັງໃນຕະຫຼາດທາດ
ພຣະຄໍາພີອະທິບາຍເຖິງສະພາບທີ່ມະນຸດຢູ່ໃນພາວະເຊັ່ນນີ້ໂດຍປຽບທຽບກັບຕະຫຼາດທາດ, ເຮົາຕົກເປັນທາດຕໍ່ທໍາມະຊາດບາບຂອງເຮົາ. ທາດບໍ່ສາມາດຊື້ອິດສະຫຼະ ຫຼື ໄຖ່ຕົນເອງອອກຈາກຕະຫຼາດທາດໄດ້. ມະນຸດທຸກຄົນນັ້ນເກີດມາໃນຕະຫຼາດທາດ, ພຣະເຢຊູເຈົ້າກ່າວວ່າ
“ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ທຸກຄົນທີ່ເຮັດການບາບ
ກໍເປັນທາດຂອງບາບກຳນັ້ນ.” (ໂຢຮັນ 8:34)
ໃນຕະຫຼາດທາດນັ້ນບໍ່ມີຄວາມຫວັງສໍາຫຼັບອະນາຄົດ, ຜົນຂອງການເປັນທາດຄື ການທີ່ຖືກແຍກອອກຈາກພຣະເຈົ້າ ແລະ ຖືກພິພາກສາລົງໂທດໃຫ້ຕາຍໃນຝ່າຍວິນຍານ. ເຖິງແມ່ນວ່າມະນຸດທຸກຄົນຕ້ອງຮັບການພິພາກສາຈາກພຣະເຈົ້າ, ໂດຍພຣະຄຸນຂອງພຣະເຈົ້າຈຶ່ງຈັດຕຽມທາງອອກໃຫ້ທ່ານ. ພຣະຄຸນນັ້ນຄື ສິ່ງທີ່ທ່ານບໍ່ສົມຄວນໄດ້ຮັບ ແຕ່ເພາະຄວາມຮັກອັນສົມບູນຂອງພຣະເຈົ້າ ພຣະເຈົ້າຊົງປະທານໂອກາດໃຫ້ທຸກຄົນເລືອກລະຫວ່າງຄວາມຕາຍ ຫຼື ຊີວິດນິລັນດອນ.
“ດ້ວຍວ່າ, ຄ່າຈ້າງຂອງຄວາມຜິດບາບກໍຄືຄວາມຕາຍ ແຕ່ຂອງພຣະຣາຊທານ
ອັນໂຜດມາແຕ່ພຣະເຈົ້າ ກໍຄືຊີວິດນິດອນໃນພຣະເຢຊູຄຣິດເຈົ້າ
ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.” (ໂຣມ 6:23)
ພຣະເຈົ້າບໍ່ໄດ້ປະຖິ້ມທ່ານໃນຕະຫຼາດທາດແຫ່ງຄວາມບາບ ພຣະອົງຊົງຈັດຕຽມທຸກສິ່ງທີ່ທ່ານຕ້ອງການເພື່ອທ່ານຈະຖືກໄຖ່ອອກຈາກການເປັນທາດນັ້ນ ແລະ ເຂົ້າມາສູ່ສໍາພັນນິລັນດອນກັບພຣະອົງ
ມະນຸດຮັບການໄຖ່
ພຣະເຈົ້າຊົງສະຖາປະນາວິທີການທີ່ໄຖ່ພວກເຮົາອອກຈາກຕະຫຼາດທາດໂດຍທີ່ພຣະອົງເອງຍັງສາມາດຮັກສາມາດຕະຖານອັນບໍຣິສຸດ ແລະ ຄວາມສົມບູນແບບຂອງພຣະອົງໄວ້ໄດ້. ພຣະເຈົ້າພຣະບິດາຊົງປະທານພຣະບຸດຂອງພຣະອົງຄື ພຣະເຢຊູຄຣິດ ເພື່ອເປັນຫົນທາງໃຫ້ມະນຸດກັບມາມີຄວາມສໍາພັນກັບພຣະເຈົ້າ.
ພຣະເຢຊູເຈົ້າຊົງສະພາບເປັນທັງພຣະເຈົ້າທີ່ບໍຣິສຸດ ແລະ ສົມບູນແບບ ແລະ ເປັນທັງມະນຸດທີ່ບໍຣິສຸດ ແລະ ສົມບູນແບບເຊັ່ນດຽວກັນ. ພຣະເຢຊູຄຣິດຊົງສົມບູນແບບໃນຖານະເປັນມະນຸດ ແລະ ຊົງສົມບູນແບບໃນຖານະເປັນພຣະເຈົ້າ. ພຣະເຢຊູເຈົ້າຊົງປະກາດວ່າ
“ເຮົາກັບພຣະບິດາເຈົ້າກໍເປັນອັນໜຶ່ງອັນດຽວກັນ.” (ໂຢຮັນ 10:30)
ເມື່ອພຣະເຢຊູເຈົ້າລົງມາໃນໂລກນີ້, ພຣະອົງຊົງບັງເກີດເໜືອຕະຫຼາດທາດແຫ່ງຄວາມບາບ ເພາະຄວາມເປັນມະນຸດຂອງພຣະອົງຊົງບໍຣິສຸດ ແລະ ສົມບູນແບບເນື່ອງຈາກການບັງເກີດທີ່ມີລັກສະນະພິເສດຂອງພຣະເຢຊູເຈົ້າ. ພຣະອົງຈຶ່ງບໍ່ມີທໍາມະຊາດບາບ, ພຣະອົງບໍ່ເຄີຍເຮັດບາບ, ພຣະອົງບໍ່ໄດ້ຮັບການລົງໂທດ. ມີແຕ່ພຣະເຢຊູເຈົ້າເທົ່ານັ້ນຊົງຢູ່ໃນມາດຕະຖານຂອງພຣະເຈົ້າ, ມີແຕ່ພຣະເຢຊູຄຣິດທີ່ສາມາດໄຖ່ເຮົາຈາກການເປັນທາດແຫ່ງບາບເພາະວ່າພຣະອົງຊົງບໍ່ມີບາບ.
ໃນຖານະເປັນຜູ້ພິພາກສາ ພຣະເຈົ້າພຣະບິດາຊົງຍອມຮັບພຣະເຢຊູເຈົ້າເປັນຕົວແທນຂອງທ່ານ ແລະ ໃນຖານະເປັນມະນຸດທີ່ບໍຣິສຸດພຽງຜູ້ດຽວໃນປະຫວັດສາດ. ພຣະອົງຊົງເລືອກທີ່ຈະຕາຍເທິງໄມ້ກາງແຂນເພາະຄວາມບາບຂອງທ່ານ.
“ເພາະວ່າ ພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ
ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງພວກເຮົາ ເພື່ອພວກເຮົາຈະໄດ້ເຂົ້າສ່ວນ
ໃນຄວາມຊອບທຳຂອງພຣະເຈົ້າໂດຍທາງພຣະອົງ.” (2 ໂກຣິນໂທ 5:21)
ພຣະເຢຊູເຈົ້າຊົງຕາຍແທນທ່ານ ແລະ ມະນຸດທຸກຄົນ. ຄວາມບາບທຸກປະການທີ່ມະນຸດເຮັດບໍ່ວ່າໃນອະດີດ ປະຈຸບັນ ຫຼື ອະນາຄົດຖືກພິພາກສາລົງໂທດທີ່ໄມ້ກາງແຂນ. ພຣະເຈົ້າພຣະບິດາຊົງຖະແຫຼງຄໍາຕັດສິນ ແລະ ພຣະເຢຊູຄຣິດຊົງກະທໍາຕາມນັ້ນ.
“ແລະ ເມື່ອຊົງປາກົດພຣະອົງໃນສະພາບມະນຸດແລ້ວ ພຣະອົງກໍຊົງຖ່ອມພຣະອົງລົງ.
ຍອມເຊື່ອຟັງຈົນເຖິງຄວາມມໍຣະນາຄື ເຖິງຄວາມມໍຣະນາທີ່ໄມ້ກາງແຂນ.”
(ຟີລິບປອຍ 2:8)
ໂດຍພຣະເຢຊູເຈົ້າຍອມຮັບການພິພາກສາລົງໂທດແທນທ່ານ, ທ່ານຈຶ່ງໄດ້ມີຕົວແທນທີ່ເຂົ້າເຖິງມາດຕະຖານຂອງພຣະເຈົ້າ. ດ້ວຍເຫດນີ້, ສິ່ງທີ່ກີດຂວາງລະຫວ່າງທ່ານກັບພຣະເຈົ້າໄດ້ຖືກຍົກເລິກໄປແລ້ວ ແລະ ກໍາແພງນັ້ນບໍ່ສາມາດກີດຂວາງໄດ້ອີກຕໍ່ໄປ.
ທາດຮັບການປົດປ່ອຍ
ທ່ານໄດ້ຮັບການປົດປ່ອຍຈາກຕະຫຼາດທາດ ແລະ ສາມາດເຂົ້າສູ່ຄວາມສໍາພັນກັບພຣະເຈົ້າໄດ້ແລ້ວ
“ດ້ວຍວ່າ, ມີພຣະເຈົ້າອົງດຽວ ແລະມີຜູ້ກາງແຕ່ຜູ້ດຽວ ລະຫວ່າງພຣະເຈົ້າກັບມະນຸດ ຄືພຣະຄຣິດເຈົ້າເຢຊູຜູ້ຊົງສະພາບເປັນມະນຸດ, ຜູ້ທີ່ໄດ້ສະຫລະພຣະອົງເອງ ເພື່ອເປັນຄ່າໄຖ່ມະນຸດສະໂລກທຸກຄົນ.” (1 ຕີໂມທຽວ 2:5----,-6ກ)
ພຣະເຢຊູຄຣິດຊົງເຕັມໃຈຮັບການລົງໂທດແທນທ່ານ ທ່ານເປັນອິດສະຫຼະແລ້ວ! ທ່ານບໍ່ຕົກເປັນທາດຂອງຄວາມບາບອີກຕໍ່ໄປ.
ແລ້ວທ່ານຈະຮັບຄວາມເປັນອິດສະຫຼະນັ້ນໄດ້ຢ່າງໃດ? ບໍ່ມີສິ່ງໃດທີ່ທ່ານສາມາດເຮັດ ຫຼື ເວົ້າ ຫຼື ປ່ຽນເພື່ອຈະໄດ້ຮັບອິດສະຫຼະພາບນີ້. ເພາະການກະທໍາຂອງພຣະເຢຊູຄຣິດຊົງຄົບຖ້ວນບໍລິບູນແລ້ວ, ປະເດັນຄື ທ່ານໄດ້ຮັບຄວາມເປັນອິດສະຫຼະແລ້ວ, ພຽງແຕ່ທ່ານເຊື່ອຢ່າງດຽວ. ພຣະເຈົ້າບໍ່ຕ້ອງການອັນໃດຈາກທ່ານ, ພຽງແຕ່ທ່ານມີຄວາມເຊື່ອໃນພຣະເຢຊູຄຣິດ ຖ້າທ່ານເຊື່ອໃນພຣະອົງພຣະເຈົ້າຈະຊົງປະທານຊີວິດນິລັນດອນໃຫ້ແກ່ທ່ານ.
“ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງຄື ຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ
ພຣະອົງກໍຊົງປະທານສິດໃຫ້ກາຍເປັນບຸດຂອງພຣະເຈົ້າ.” (ໂຢຮັນ 1:12)
ພຣະຄຸນ ແລະ ຄວາມເຊື່ອ
ຄຸນຄ່າສ່ວນຕົວຂອງທ່ານບໍ່ແມ່ນປະເດັນສໍາຄັນກັບພຣະເຈົ້າ, ເພາະບໍ່ມີຜູ້ໃດທີ່ສາມາດມາເຖິງມາດຕະຖານຂອງພຣະອົງໂດຍອາໄສຕົນເອງ. ຄວາມບາບສ່ວນຕົວຂອງທ່ານບໍ່ແມ່ນປະເດັນສໍາຄັນເພາະພຣະເຈົ້າຊົງພິພາກສາລົງໂທດພຣະເຢຊູຄຣິດ, ຊຶ່ງເປັນການປິດຄະດີເລື່ອງຄວາມບາບແລ້ວ ແລະ ຄະດີ ຫຼື ການເຮັດບຸນຂອງທ່ານກໍບໍ່ແມ່ນປະເດັນສໍາຄັນ. ເພາະທ່ານໄດ້ຮັບຄວາມລອດພົ້ນໂດຍພຣະຄຸນຂອງພຣະເຈົ້າ, ບໍ່ແມ່ນດ້ວຍການກະທໍາຂອງທ່ານເອງ.
“ດ້ວຍວ່າ, ຊຶ່ງເຈົ້າທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນ ກໍຍ້ອນພຣະຄຸນ
ດ້ວຍທາງຄວາມເຊື່ອ, ສິ່ງເຫຼົ່ານີ້ ບໍ່ແມ່ນພວກເຈົ້າເຮັດເອງ
ແຕ່ພຣະເຈົ້າຊົງປະທານໃຫ້. ຄວາມພົ້ນນັ້ນ ບໍ່ແມ່ນໄດ້ມາຍ້ອນ
ການປະຕິບັດຂອງພວກເຈົ້າເອງ ເພື່ອວ່າບໍ່ໃຫ້ຜູ້ໃດຜູ້ໜຶ່ງອວດໄດ້.”
(ເອເຟໂຊ 2:8,-9)
ນະໂຍບາຍຂອງພຣະເຈົ້າຄື ຄວາມລອດພົ້ນໂດຍພຣະຄຸນຜ່ານທາງຄວາມເຊື່ອ. ທ່ານໄດ້ຮັບຄວາມພົ້ນທາງພຣະເຢຊູຄຣິດເຈົ້າ. ຄວາມເຊື່ອໃນພຣະເຢຊູຄຣິດຄື ວິທີທີ່ທ່ານຈະໄດ້ຮັບພຣະຄຸນຂອງພຣະເຈົ້າ. ເຫດສະນັ້ນ, ຄວາມເຊື່ອນໍາເຮົາມາເຖິງຄວາມລອດພົ້ນ ພຣະເຢຊູຄຣິດຊົງເຮັດທຸກສິ່ງເພື່ອປົດປ່ອຍທ່ານສູ່ອິດສະຫຼະ. ພຽງແຕ່ທ່ານຈະຕ້ອງໃຊ້ສິດຕັດສິນໃຈວ່າ ຈະໄວ້ວາງໃຈໃນພຣະອົງຫຼືບໍ່.
“ຜູ້ທີ່ວາງໃຈເຊື່ອໃນພຣະບຸດ ກໍໄດ້ຊີວິດນິຣັນດອນ ຜູ້ທີ່ບໍ່ເຊື່ອໃນພຣະບຸດ
ກໍຈະບໍ່ເຫັນຊີວິດ ແຕ່ການລົງໂທດຂອງພຣະເຈົ້າຈະປົກຄຸມຢູ່ເທິງຜູ້ນັ້ນ.”
(ໂຢຮັນ 3:36)
ເຖິງແມ່ນວ່າທ່ານເຮັດດີທີ່ສຸດເທົ່າທີ່ທ່ານເຮັດໄດ້, ທ່ານກໍຍັງບໍ່ສົມຄວນທີ່ຈະມີຄວາມສໍາພັນກັບພຣະເຈົ້າ. ມີແຕ່ພຣະເຢຊູຄຣິດທີ່ສົມຄວນ ແຕ່ຄວາມເຊື່ອທີ່ທ່ານມີໃນສິ່ງທີ່ພຣະເຢຊູຄຣິດຊົງກະທໍານັ້ນເຮັດໃຫ້ທ່ານລອດພົ້ນ. ຄວາມເຊື່ອໝາຍເຖິງ ທ່ານຕັດສິນໃຈຮັບເລື່ອງລາວກ່ຽວກັບພຣະເຢຊູຄຣິດນັ້ນວ່າ, ເປັນຄວາມຈິງ. ຄວາມເຊື່ອໃນພຣະເຢຊູເທົ່ານັ້ນທີ່ຈະເຮັດໃຫ້ທ່ານລອດພົ້ນ.
ທ່ານສາມາດຕອບສະໜອງຕໍ່ພຣະເຈົ້າພຣະບິດາໄດ້ໂດຍອະທິຖານໃນໃຈວ່າ, ຂ້າພຣະອົງເຊື່ອ ແລະ ໄວ້ວາງໃຈໃນພຣະເຢຊຸຄຣິດ. ທ່ານໄດ້ລອດພົ້ນໃນຂະນະທີ່ທ່ານເຊື່ອ ພຣະເຈົ້າຊົງປະທານຊີວິດນິລັນດອນແກ່ທ່ານ, ທ່ານໄດ້ ‘ບັງເກີດໃໝ່’.
“ຖ້າຜູ້ໃດບໍ່ໄດ້ບັງເກີດໃໝ່ ຜູ້ນັ້ນຈະເຫັນອານາຈັກຂອງພຣະເຈົ້າບໍ່ໄດ້.” (ໂຢຮັນ 3:3ຂ)
“ຜູ້ທີ່ຟັງຄຳເວົ້າຂອງເຮົາ ແລະວາງໃຈເຊື່ອໃນພຣະອົງຜູ້ທີ່ໃຊ້ເຮົາມາ
ຜູ້ນັ້ນກໍມີຊີວິດນິຣັນດອນ ແລະຈະບໍ່ເຂົ້າໃນການພິພາກສາ
ແຕ່ໄດ້ຜ່ານພົ້ນຈາກຄວາມຕາຍເຂົ້າສູ່ຊີວິດແລ້ວ.”
(ໂຢຮັນ 5:24)
ຊີວິດ ຫຼື ຄວາມຕາຍ
ການຕັດສິນໃຈຂອງທ່ານກ່ຽວກັບພຣະເຢຊູຄຣິດເປັນການຕັດສິນໃຈທີ່ສໍາຄັນທີ່ສຸດໃນຊີວິດຂອງທ່ານ. ທ່ານມີສິດເລືອກອະນາຄົດນິລັນດອນຂອງທ່ານເອງ, ຖ້າທ່ານບໍ່ເຊື່ອ ທ່ານຈະບໍ່ຖືກນັບເຂົ້າໄວ້ໃນຄອບຄົວຂອງພຣະເຈົ້າ ແລະ ບໍ່ສາມາດຮັບຊີວິດນິລັນດອນທີ່ມີໃນພຣະອົງພຽງຜູ້ດຽວເທົ່ານັ້ນ.
“ເຮົານີ້ແຫຼະ ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ,
ຜູ້ທີ່ວາງໃຈເຊື່ອໃນເຮົາ ເຖິງແມ່ນວ່າຕາຍໄປແລ້ວ ກໍຍັງມີຊີວິດຢູ່.
ຜູ້ໃດທີ່ຍັງມີຊີວິດຢູ່ ແລະ ເຊື່ອໃນເຮົາຈະບໍ່ຕາຍຈັກເທື່ອ”
(ໂຢຮັນ 11:25,-26ກ)
ຜູ້ທີ່ບໍ່ເຊື່ອໃນພຣະອົງ, ຊື່ຂອງລາວຖືກລົບອອກຈາກໜັງສືແຫ່ງຊີວິດ. ລາວຈະຕ້ອງຢືນຢູ່ຕໍ່ໜ້າສານສູງສຸດແຫ່ງຟ້າສະຫວັນ, ແລ້ວຕ້ອງຖືກພິພາກສາລົງໂທດໃນບຶງໄຟ.
“ຖ້າຜູ້ໃດທີ່ບໍ່ມີຊື່ຈົດໄວ້ໃນໜັງສືທະບຽນແຫ່ງຊີວິດ
ຜູ້ນັ້ນກໍຖືກຖິ້ມລົງໃນບຶງໄຟ.” (ພຣະນິມິດ 20:15)
ສໍາຫຼັບຜູ້ທີ່ເຊື່ອຈະບໍ່ໄດ້ຮັບການພິພາກສາລົງໂທດ ເພາະສິ່ງນັ້ນໄດ້ຖືກຍົກເລິກໄປແລ້ວ.
“ບັດນີ້ ການລົງໂທດຈຶ່ງບໍ່ມີແກ່ຄົນທັງຫລາຍ ທີ່ຢູ່ໃນພຣະເຢຊູຄຣິດເຈົ້າ.
ເພາະວ່າກົດຂອງພຣະວິນຍານທີ່ນຳພວກເຮົາໃຫ້ມີຊີວິດໃນພຣະເຢຊູຄຣິດເຈົ້ານັ້ນ
ໄດ້ເຮັດໃຫ້ເຮົາ ເປັນອິດສະຫຼະຈາກກົດຂອງຄວາມບາບແລະຄວາມຕາຍ.”
(ໂຣມ 8:1-,-2)
ສໍາຫຼັບຜູ້ທີ່ເຊື່ອໃນພຣະເຢຊູຄຣິດ ພຣະເຈົ້າປະທານຊີວິດທີ່ມີຄວາມໝາຍ, ມີເປົ້າໝາຍ ແລະ ມີຄວາມຫວັງສໍາຫຼັບອະນາຄົດ.
ຊີວິດໃນຄອບຄົວຂອງພຣະເຈົ້າ
ເມື່ອທ່ານເຊື່ອໃນພຣະເຢຊູເຈົ້າແລ້ວ, ທ່ານໄດ້ເຂົ້າມາສູ່ຄວາມສໍາພັນສ່ວນຕົວກັບພຣະເຈົ້າ. ທ່ານເປັນສະມາຊິກໃນຄອບຄົວຂອງພຣະອົງ, ທ່ານເປັນລູກຂອງພຣະອົງຕະຫຼອດໄປ.
“ເພາະວ່າເຈົ້າທັງຫລາຍກໍເປັນບຸດຂອງພຣະເຈົ້າ ຮ່ວມໃນພຣະຄຣິດເຈົ້າເຢຊູ
ໂດຍທາງຄວາມເຊື່ອ.” (ຄາລາເຕຍ 3:26)
ຖານະໃໝ່ທີ່ທ່ານເປັນບຸດຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ, ທ່ານນັ້ນຈະສົມບູນແບບ ຫຼື ບໍຣິສຸດ. ທ່ານຍັງຕ້ອງຕໍ່ສູ້ກັບທໍາມະຊາດບາບຂອງຕົວເອງ ແລະ ທ່ານຍັງຄົງເຮັດບາບ ແລະ ເຮັດຜິດພາດຕໍ່ໄປ. ໃນແຕ່ລະຄອບຄົວຈະມີລູກທີ່ດີ ແລະ ລູກທີ່ບໍ່ດີແດ່, ເຊັ່ນດຽວກັນກັບຄອບຄົວຂອງພຣະເຈົ້າ. ຜູ້ເຊື່ອທຸກຄົນອາດຈະເຮັດບາບ ແລະ ຜິດພາດ, ບາງຄົນຈະເຮັດຜິດພາດຫຼາຍກວ່າຄົນອື່ນ ແຕ່ພຣະເຈົ້າຈະບໍ່ປະຖິ້ມລູກຂອງພຣະອົງບໍ່ວ່າທ່ານຈະລົ້ມເຫຼວຫຼາຍສໍ່າໃດໃນຊີວິດ.
“ເຮົາໃຫ້ຊີວິດນິຣັນດອນແກ່ພວກເຂົາ ແລະພວກເຂົາກໍຈະບໍ່ຈິບຫາຍຈັກເທື່ອ
ບໍ່ມີຜູ້ໃດຍາດເອົາພວກເຂົາອອກຈາກມືຂອງເຮົາໄດ້.” (ໂຢຮັນ10:28)
ທ່ານເປັນລູກຂອງພຣະເຈົ້າຕະຫຼອດຊົ່ວນິລັນດອນ, ບໍ່ມີທາງທີ່ທ່ານຈະສູນເສຍຄວາມລອດພົ້ນທີ່ທ່ານໄດ້ຮັບ ເມື່ອເຊື່ອໃນພຣະເຢຊູຄຣິດ. ທ່ານໄດ້ພົ້ນຈາກຕະຫຼາດທາດແລ້ວ ແລະ ໄດ້ຮັບຊີວິດນິລັນດອນ. ສິ່ງນີ້ເປັນການຮັບຮອງທີ່ສູງສຸດເພາະເປັນພຣະສັນຍາທີ່ປັດສະຈາກເງື່ອນໄຂຂອງພຣະເຈົ້າ.
ຄວາມສົມບູນແບບ ແລະ ຄວາມບໍຣິສຸດຂອງພຣະເຈົ້າກໍເປັນສິ່ງທີ່ຢືນຢັນວ່າ ຄໍາສັນຍາຂອງພຣະອົງນັ້ນໝັ້ນຄົງຢູ່ສະເໝີ. ພຣະອົງຊົງຮັກທ່ານ, ພຣະອົງຊົງບໍ່ປ່ຽນແປງມາດຕະຖານຂອງພຣະອົງ ຫຼື ຜິດຄໍາສັນຍາຂອງພຣະອົງທີ່ໄດ້ປະທານແກ່ທ່ານ. ບໍ່ມີສິ່ງໃດຈະກີດຂວາງທ່ານຈາກພຣະເຈົ້າອີກຕໍ່ໄປ, ບໍ່ມີສິ່ງໃດທີ່ຈະເອົາຄວາມລອດພົ້ນນິລັນດອນໄປຈາກທ່ານ.
“ເພາະເຮົາເຊື່ອແນ່ວ່າ ບໍ່ມີສິ່ງໃດແຍກພວກເຮົາຈາກຄວາມຮັກຂອງພຣະອົງໄດ້ ຄວາມຕາຍຫລືຊີວິດກໍດີ, ເທວະດາຫລືຜູ້ຄອບຄອງກໍດີ, ຫລືສິ່ງທີ່ມີຢູ່ໃນປະຈຸບັນຫລືສິ່ງທີ່ຈະມີມາໃນອະນາຄົດກໍດີ ຫລືຣິດເດດທັງຫລາຍ, ຄວາມສູງຫລືຄວາມເລິກກໍດີ ຫລືສິ່ງອື່ນໃດຊົງສ້າງແລ້ວນັ້ນກໍດີ ຈະບໍ່ສາມາດແຍກພວກເຮົາອອກຈາກຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.” (ໂຣມ 8:38-,39)
ຊີວິດຫຼັງຈາກຄວາມລອດພົ້ນ
ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຢຊູເຈົ້າ, ທ່ານໄດ້ເຂົ້າສູ່ຊີວິດໃໝ່, ທ່ານມີຊີວິດນິລັນດອນໃນພຣະເຈົ້າໂດຍພຣະເຢຊູຄຣິດ ທ່ານເປັນຄຣິສຕຽນແລ້ວ.
“ເຫດສະນັ້ນ, ຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກຊົງສ້າງຂຶ້ນໃໝ່ແລ້ວ
ຖານະເກົ່າເຫຼົ່ານັ້ນກໍລ່ວງໄປແລ້ວ ເບິ່ງແມ! ກາຍເປັນສິ່ງໃໝ່ທັງນັ້ນ.”
(2 ໂກຣິນໂທ 5:17)
ໃນຖານະເປັນຜູ້ເຊື່ອໃໝ່ ທ່ານຈະຮັບການຊູກໍາລັງຈາກພຣະເຈົ້າໂດຍທັນທີ. ພຣະເຈົ້າຊົງຈັດຕຽມທຸກສິ່ງທີ່ທ່ານຈໍາເປັນໃນການດໍາເນີນຊີວິດ, ທັງຝ່າຍຮ່າງກາຍ ແລະ ຝ່າຍຈິດວິນຍານ.
“ແລະ ພຣະເຈົ້າຂອງເຮົາຈະຊົງໂຜດປະທານສາລະພັດ ທີ່ພວກເຈົ້າຂາດຢູ່ນັ້ນ
ຈາກຊັບອັນຮຸ່ງເຮືອງຂອງພຣະອົງໃນພຣະຄຣິດເຈົ້າເຢຊູ.”
(ຟີລິບປອຍ 4:19)
“ສາທຸການແດ່ພຣະເຈົ້າ ຄືພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ ໃຫ້ແກ່ເຮົາທັງຫລາຍໃນ
ສະຫວັນສະຖານໂດຍພຣະຄຣິດ.” (ເອເຟໂຊ 1:3)
ເຖິງແມ່ນວ່າທ່ານຍັງເຮັດບາບຢູ່ ພຣະເຈົ້າຊົງໃຫ້ໂອກາດ, ເພື່ອທ່ານຈະໄດ້ລຸກຂຶ້ນ ແລະ ກ້າວຕໍ່ໄປໃນຊີວິດຄຣິສຕຽນເພື່ອເຮັດຕາມພຣະປະສົງຂອງພຣະອົງຢູ່ສະເໝີ ພຽງແຕ່ທ່ານເຮັດດັ່ງຕໍ່ໄປນີ້.
“ຖ້າເຮົາທັງຫລາຍສາລະພາບຜິດບາບທັງຫຼາຍຂອງພວກເຮົາ
ພຣະອົງຊົງສັດຊື່ແລະທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ
ແລະຈະຊົງໂຜດຊຳລະລ້າງເຮົາທັງຫລາຍຈາກການອະທຳໝົດສິ້ນ.”
(1 ໂຢຮັນ 1:9)
ເຫດສະນັ້ນ, ໃນຂະນະທີ່ທ່ານໄດ້ຮັບຄວາມລອດພົ້ນ ທ່ານມີທຸກສິ່ງທີ່ທ່ານຕ້ອງການເພື່ອຈະດໍາເນີນຊີວິດຄຣິສຕຽນໃນແຕ່ລະມື້. ທ່ານສາມາດເຂົ້າໃຈເຖິງແຜນການຂອງພຣະເຈົ້າສໍາຫຼັບຊີວິດຂອງທ່ານໄດ້ໂດຍການສຶກສາຫຼັກຄໍາສອນພຣະຄໍາພີກັບສິດຍາພິບານ, ຜູ້ສອນພຣະຄໍາພີ. ພຣະຄໍາພີເປັນນໍ້າພຣະໄທຂອງພຣະຄຣິດ (1 ໂກຣິນໂທ 2:16) ເປັນເຄື່ອງມືທີ່ພຣະເຈົ້າປະທານໃຫ້ເພື່ອຈະນໍາທ່ານໄປໃນຫົນທາງແຫ່ງຊີວິດ.
ພຣະອົງກໍຊົງຈັດຕຽມຜູ້ສອນພຣະຄໍາພີໄວ້ເພື່ອຄົນທີ່ສົນໃຈຮຽນສາມາດເຂົ້າໃຈພຣະຄໍາຂອງພຣະອົງຢ່າງຖືກຕ້ອງ. ສິ່ງທີ່ສໍາຄັນຄື ທ່ານຈະຕ້ອງເຂົ້າຮຽນພຣະຄໍາພີຢ່າງສະໝໍ່າສະເໝີ ແລະ ຕຶກຕອງໃນສິ່ງທີ່ພຣະຄໍາຂອງພຣະເຈົ້າກໍາລັງສອນທ່ານໂດຍການສຶກສາ, ການໃຊ້ຄວາມຄິດ ແລະ ປະຍຸກໃຊ້ຫຼັກຄໍາສອນພຣະຄໍາພີນັ້ນເອົາມານໍາໃຊ້ໃນຊີວິດ. ທ່ານຈະເຕີບໂຕໃນຊີວິດຝ່າຍວິນຍານຂອງທ່ານ, ການເຕີບໃຫຍ່ຝ່າຍວິນຍານລວມທັງການຮັບໃຊ້ພຣະເຈົ້າຈະມາເຖິງເມື່ອທ່ານສາມາດເຂົ້າໃຈ ແລະ ໃຊ້ພຣະຄໍາຂອງພຣະເຈົ້າຢ່າງຖືກຕ້ອງ.
ການຕັດສິນໃຈທີ່ມີຜົນກະທົບເຖິງນິລັນການ
ທ່ານມີເວລາບໍ່ດົນທີ່ຈະຕຽມຈິດວິນຍານຂອງທ່ານເພື່ອໄປຈາກໂລກນີ້, ແລ້ວສິ່ງທີ່ທ່ານຕັດສິນໃຈຂະນະນີ້ມີຜົນກະທົບເຖິງນິລັນການ. ຖ້າທ່ານຕັດສິນໃຈເຊື່ອໃນພຣະຄຣິດແລ້ວ ທ່ານຈະຄາດການລ່ວງໜ້າວ່າຈະໄດ້ຮັບ:
“ເພື່ອຮັບມໍຣະດົກອັນຄົບບໍຣິບູນ ຊຶ່ງພຣະເຈົ້າໄດ້ຮັກສາໄວ້ສຳລັບໄພ່ພົນຂອງພຣະອົງໃນສະຫວັນ ຊຶ່ງເປັນບ່ອນທີ່ບໍ່ເປື່ອຍເນົ່າ ບໍ່ຊົ່ວມົວໝອງແລະບໍ່ຫ່ຽວແຫ້ງຈັກເທື່ອ.”
(1 ເປໂຕ 1:4)
ພຣະຄໍາພີບໍ່ໄດ້ບອກອັນໃດຫຼາຍກ່ຽວກັບສະຫວັນ ແຕ່ເຮົາແນ່ໃຈວ່າ ຢູ່ທີ່ນັ້ນເຕັມໄປດ້ວຍພຣະສີຣິຂອງພຣະເຈົ້າທີ່ເກີນຄວາມຄິດ ຫຼື ຈິນຕະນາການຂອງມະນຸດ:
“ພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາ. ຄວາມຕາຍຈະບໍ່ມີອີກຕໍ່ໄປ.
ຄວາມໂສກເສົ້າ, ການຮ້ອງໄຫ້ ແລະຄວາມເຈັບປວດຈະບໍ່ມີອີກຕໍ່ໄປ.”
(ພຣະນິມິດ 21:4ກ)
ແລະ ອັດສະຈັນທີ່ສຸດ ເຮົາສາມາດເບິ່ງເຫັນພຣະເຢຊູຄຣິດ ຜູ້ຊົງເປັນ:
“ພຣະບຸດນັ້ນ ເປັນແສງສະທ້ອນພຣະສະຫງ່າຣາສີຂອງພຣະເຈົ້າ
ແລະ ມີສະພາບເປັນແບບພິມດຽວກັນກັບພຣະອົງ.”
(ເຮັບເຣີ 1:3ກ)
ແຕ່ຖ້າວ່າ ທ່ານເລືອກປະຕິເສດທາງຫົນທາງສູ່ຄວາມລອດພົ້ນທີ່ພຣະເຈົ້າຊົງຈັດຕຽມໄວ້ດ້ວຍພຣະຄຸນຂອງພຣະອົງ. ທ່ານເລືອກທີ່ຈະໃຫ້ຕົນເອງຝັນຮ້າຍນິລັນດອນ. ຖ້າທ່ານປະຕິເສດພຣະເຢຊູຄຣິດທີ່ຕາຍແທນທ່ານໂດຍຕ້ອງທົນທຸກທໍລະມານເກີນທີ່ຈະພັນລະນາໄດ້ທີ່ໄມ້ກາງແຂນ. ທ່ານຈະຕ້ອງຮັບຜົນໃນການຕັດສິນໃຈຂອງທ່ານນັ້ນຄື ບຶງໄຟນະຣົກທີ່ຖືກຕຽມໄວ້ສໍາຫຼັບຊາຕານ ແລະ ບໍລິວານຂອງມັນ (ມັດທາຍ 25:41). ສໍາຫຼັບຜູ້ທີ່ບໍ່ໄດ້ຮັບຄວາມເປັນອິດສະຫຼະຈາກຕະຫຼາດທາດທີ່ພຣະອົງຊົງປະທານດ້ວຍພຣະຄຸນຂອງພຣະອົງ ຄົນນັ້ນຕ້ອງປະເຊີນກັບສິ່ງດັ່ງຕໍ່ໄປນີ້:
“ແລະ ພວກມັນຈະຕ້ອງຖືກທົນທຸກທໍລະມານ ທັງກາງເວັນແລະກາງຄືນ
ຢູ່ຕະຫລອດນິຣັນດອນ.” (ພຣະນິມິດ 20:10ຂ)
ຖ້າຜູ້ໃດທີ່ບໍ່ມີຊື່ຈົດໄວ້ໃນໜັງສືທະບຽນແຫ່ງຊີວິດ ຜູ້ນັ້ນກໍຖືກຖິ້ມລົງໃນບຶງໄຟ.
(ພຣະນິມິດ 20:15)
ການຕັດສິນໃຈຂຶ້ນກັບທ່ານ
ຖ້າທ່ານຍັງບໍ່ໄດ້ຕັດສິນໃຈກ່ຽວກັບອະນາຄົດນິລັນການຂອງທ່ານ, ທ່ານຍັງບໍ່ມີພຣະຄຣິດ, ບໍ່ມີຄວາມຫວັງ ແລະ ບໍ່ມີຄວາມລອດພົ້ນ. ທ່ານຍັງຈະຖືກພິພາກສາວ່າ ມີຄວາມຜິດ ແລະ ຕ້ອງໄດ້ຮັບການລົງໂທດໃນບຶງໄຟນະຣົກ.
ພຣະເຢຊູຄຣິດຕາຍແທນທ່ານເພາະພຣະອົງຊົງຮັກທ່ານ ແລະ ຍອມຮັບເອົາຄວາມຜິດບາບຂອງທ່ານ.
“ພຣະເຈົ້າໄດ້ຊົງສຳແດງໃຫ້ພວກເຮົາເຫັນວ່າ ພຣະອົງຊົງຮັກພວກເຮົາຫລາຍເທົ່າໃດ ຄືຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງຍອມຕາຍແທນເຮົາທັງຫລາຍ.” (ໂຣມ 5:8)
ພຣະເຈົ້າຊົງປະທານເສລີພາບທາງຄວາມຄິດໃຫ້ແກ່ມະນຸດທຸກຄົນ. ທ່ານຈຶ່ງມີເສລີພາບໃນການທີ່ຈະເລືອກພຣະເຢຊູຄຣິດ ຫຼື ປະຕິເສດພຣະອົງ. ຕອນນີ້ ໃນຂະນະນີ້ ທ່ານສາມາດຕັດສິນໃຈທີ່ຈະເຊື່ອໃນພຣະເຢຊູຄຣິດ ແລະ ຮັບຊີວິດນິລັນດອນໃນພຣະອົງໄດ້.
“ເພາະວ່າ ພຣະເຈົ້າຊົງຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ [ຜູ້ຊົງບັງເກີດໃນໂລກນີ້ໂດຍລັກສະນະພິເສດ] ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.” (ໂຢຮັນ 3:16)
ນີ້ເປັນໂອກາດທີ່ທ່ານສາມາດຕອບສະໜອງຕໍ່ຄວາມຮັກ ແລະ ພຣະຄຸນຂອງພຣະເຈົ້າ, ການທີ່ທ່ານຕັດສິນໃຈເລືອກພຣະຄຣິດເປັນເລື່ອງສ່ວນຕົວ, ຄົນອື່ນບໍ່ມີສິດຕັດສິນໃຈແທນທ່ານໄດ້ ຫຼື ບັງຄັບໃຫ້ທ່ານຕ້ອງຕັດສິນໃຈແນວໃດ. ທ່ານຕ້ອງເລືອກເອງໃນສ່ວນຕົວຂອງຈິດໃຈຂອງທ່ານ. ທ່ານສາມາດຂໍກັບພຣະເຈົ້າວ່າ, ຂ້ານ້ອຍເຊື່ອໃນພຣະເຢຊູຄຣິດ ໃນເວລານັ້ນ ທ່ານໄດ້ເຂົ້າມາເປັນບຸດຂອງພຣະອົງຕະຫຼອດໄປ.
ຖ້າທ່ານຕັດສິນໃຈທີ່ຈະເຊື່ອໃນພຣະຄຣິດ ທ່ານສາມາດໝັ້ນໃຈວ່າ ທ່ານມີຊີວິດນິລັນດອນ. ທ່ານຈະຮ່ວມແບ່ງປັນຄວາມສໍາພັນກັບພຣະເຈົ້າ, ທ່ານຈະຢູ່ກັບພຣະອົງນິລັນດອນໃນສະຫວັນ.
ຄວາມລອດພົ້ນມີຢູ່ໃນພຣະຄຣິດພຽງແຕ່ທ່ານເລືອກພຣະອົງ
ຊີວະປະຫວັດຂອງຜູ້ຂຽນ
ສຈ.ອາ.ບີ ທິມ, ຈູເນຍ (ອາຈານ ບ໋ອບ) ເປັນສິດຍາພິບານຂອງຄຣິສຕະຈັກເບຣະຄາ ຮູດສຕັນ, ເທັກຊັດ ທ່ານໄດ້ສຶກສາປະຫວັດສາດ, ພາສາກຣີກ ແລະ ພາສາເຮັບເຣີທີ່ມະຫາວິທະຍາໄລ ອະຣິໂຊນາ. ຫຼັງຈາກນັ້ນໄດ້ເຂົ້າຮັບການສຶກສາຕໍ່ທີ່ສະຖາບັນ Dallas Theological Seminary. ເນື່ອງຈາກສົງຄາມໂລກຄັ້ງທີສອງ ທ່ານຕ້ອງໂຈະການສຶກສາໄວ້ເພື່ອເຂົ້າໄປຮັບໃຊ້ປະເທດຊາດໃນກອງທັບອາກາດໂດຍໃນທີ່ສຸດໄດ້ຮັບຕໍາແໜ່ງພັນໂທ.
ຫຼັງຈາກທ່ານຈົບການສຶກສາແລ້ວ ທ່ານໄດ້ເລີ່ມຮັບໃຊ້ໃນຄຣິສຕະຈັກເບຣະຄາໃນປີ 1950 ແລະ ຝຶກພາສາດັ້ງເດີມຂອງພາສາພຣະຄໍາພີ (ພາສາກຣີກ ແລະ ເຮັບເຣີ) ສາສະໜາສາດ, ປະຫວັດສາດ ແລະ ການວິຈານຕົ້ນສະບັບທີ່ກາຍມາເປັນພື້ນຖານໃນການຮັບໃຊ້ພຣະເຈົ້າຂອງທ່ານ. ດ້ວຍເຫດນີ້, ອາຈານ ບ໋ອບສາມາດສອນໂດຍໃຊ້ພາສາດັ້ງເດີມໃນບໍລິບົດຕາມຍຸກສະໄໝຂອງພຣະຄໍາພີ, ເຊິ່ງໃຫ້ຜູ້ຮຽນຮູ້ຈັກພຣະເຈົ້າ ແລະ ນໍ້າພຣະໄທຂອງພຣະອົງຫຼາຍຍິ່ງຂຶ້ນ.
ອາຈານ ບ໋ອບໄດ້ພັດທະນາລະບົບໃໝ່ໆໃນການໃຊ້ຄໍາສັບ ພາບປະກອບ ແລະ ປະເພດຫຼັກຄໍາສອນທີ່ອໍານວຍປະສິດທິພາບໃນການເຂົ້າໃຈ ແລະ ການປະຍຸກໃຊ້ຫຼັກຄໍາສອນໃນການດໍາເນີນຊີວິດຄຣິສຕຽນແກ່ຜູ້ຮຽນ. ເປົ້າໝາຍຂອງພັນທະກິດຄື ໃຫ້ຄຣິສຕຽນຮູ້ຈັກວິຖີຊີວິດທີ່ພຣະເຈົ້າຊົງຈັດຕຽມໃຫ້ແກ່ຜູ້ເຊື່ອ ເພື່ອພວກເຂົາຈຶ່ງມີຊີວິດຝ່າຍວິນຍານທີ່ບໍລິບູນ.
ການສຶກສາພຣະຄໍາພີ
ຫຼັກຄໍາສອນພຣະຄໍາພີເປັນໃຈຄວາມຂອງຄໍາສອນທີ່ມາໄດ້ໂດຍການຕີຄວາມໝາຍພຣະຄໍາພີຕາມຕົວອັກສອນ, ເປັນມາດຕະຖານຂອງຄວາມຈິງຝ່າຍວິນຍານ ແລະ ຈໍາເປັນສໍາຫຼັບການເຕີບໂຕໃຫຍ່ດ້ານຈິດວິນຍານຂອງຜູ້ເຊື່ອ (ມັດທາຍ 4:4). ຫຼັກຄໍາສອນພຣະຄໍາພີເປັນສິ່ງສໍາຄັນຫຼາຍ (ເພງສັນລະເສີນ 138:2). ພຣະເຈົ້າຊົງບັນຊາໃຫ້ຄຣິສຕຽນທຸກຄົນປ່ຽນຄວາມຄິດດັ້ງເດີມໃຫ້ເປັນທີ່ຊອບພຣະໄທພຣະອົງ (ໂຣມ 12:2). ການປ່ຽນແປງນີ້ຈະເກີດຂຶ້ນໄດ້ເມື່ອຜູ້ເຊື່ອຮຽນ ແລະ ປະຍຸກພຣະຄໍາຂອງພຣະເຈົ້າເອົາມານໍາໃຊ້ໃນຊີວິດ (2 ໂກຣິນໂທ 4:16; ເອເຟໂຊ 4:23)
ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມ (ຟຣີ) ທ່ານສາມາດຕິດຕໍ່ໄດ້ທີ່:
R.B.THIEME, JR., BIBLE MINISTRIES
P.O BOX 460829
HOUSTON, TEXAS 77056-8829